About
ກ່ຽວກັບ Os555
FAQ
Q 1. ທ່ານ ໄດ້ເຮັດວຽກກັບ computer ມາໄດ້ຈັກປີແລ້ວ?
A 1./ ກະງົມ ທາວໆ ມາແຕ່ຮຽນຢູ່ປີຫນຶ່ງ ຕອນນີ້ ຢູ່ປີສາມກະປະມານ 3 ປີ
Q 2. ວຽກດ້ານ computer ເປັນ main job ຂອງທ່ານບໍ່?
A 2./ ແມ່ນແລ້ວທ່ານ ຂ້າພະເຈົ້າກຳລັງຮຽນມາດ້ານນີ້
Q 3. ໃນມື້ນື່ງໆ ໃຊ້ເວລາຢູ່ກັບ computer ຈັກຊົ່ວໂມງ?
A 3./ ຕື່ນມາແປດໂມງ ໄປຮຽນ 8:30 - 3:30 ຢູ່ກັບຄອມ 5:15 - 8:30 ຮຽນພາສາອັງກິດ
ກັບບ້ານ ກິນເຂົາະລຸຍກັບຄອມ ນອນປະມານ 1 2 3 ໂມງ
Q 4. ໂອ້ດເປັນເກຍ໌ບໍ່?
A ໂອ້ດ ບໍ່ໄດ້ເປັນເກ ເດີ້ ພີ່ນ້ອງ ໂອ້ດເປັນ ເປັນ ປ໋ອກເດັ້ງ
Q 5. ມີຮັກຄັ້ງແຮກຕອນຈັກປີ?
ຮັກຄັງແຣ ຕອນ ປ 5 ມີສາວຂຽນກາດມາຂໍເປັນແຟນ ເຮົາກະອາຍ
6. ຖ້າສົມມຸດວ່າ ມີມື້ໜຶ່ງ ມີຄົນໄປໂພສຕ໌ໃນບອຣ໌ດ Laozaa ວ່າ ຊິຂ້າຕົວຕາຍໃນອີກ 24 ຊົ່ວໂມງຂ້າງໜ້າ ຊິແກ້ໄຂແນວໃດ?
ກະໄດ້ ແຕ່ບອກວ່າຢ່າ ຕາຍເທື່ອເພາະໂລກນີ້ຍັງມີຫລາຍຢ່າງໃຫ້ທ່ານໄດ້ພົບ
7. ໂອ້ດຮັກຄົນຖາມບໍ່? ( ທ່ານ ນິນ ເອງ )
ຮັກ
8. -
ເອົາລະ ມາເລີ້ມຄຳຖາມມີສາລະກັນເລີຍ
9. ເປັນຫຍັງຊື່ OS555 
ໂອ້ດ ຫ້າ ຫ້າ ຫ້າ ຫລືວ່າ Os triple fives
10. ໄປໃຕ້ມາເປັນແນວໃດ?
ກະມ່ວນດີ ລຸຍງານສາມື້ສາມຄືນ ແລ້ວກະແວ່ໄປຊາຍແດນມາແດ່ ມ່ວນ
11. ສາວໃຕ້ງາມບໍ່?
ງາມ ເຮົາໄດ້ມາສອງສາຄົນ
12. ວາງແຜນໂຄງການຖັດໄປແນວໃດ?
ຍັງບໍ່ມີເທື່ອ ຮຽນຈົບພຸ້ນລະ
13. ແຕ່ງງານແລ້ວຊິຢ້ານເມຍບໍ່?
ບໍຢ້ານເມຍ ແລະ ບໍ່ເຮັດໃຫເມຍຢ້ານເຮົາ
14. ເລີ້ມຕົ້ນເຂົ້າວົງການໄອທີໄດ້ແນວໃດ? ມີຫຍັງເປັນແຮງບັນດານຈິດ?
ກະເລີ່ມຈາກການທີ່ຢູ່ບ້າຮມີຄອມ ເກົ່າໆ ເຄື່ອງ1 Windows 3.1 ແລ້ວໄດ້ງົມໆມາ ແລະ ເຮົກະມັກມາແຕ່ດົນແລ້ວແດ່ຊັ້ນນາ
15. ຄິດວ່າເວບໄຊຕ໌ຈະເປັນທຸລະກິດໄດ້ບໍ່?
ກະຄິດວ່າໃນານາຄົດ ກະບໍ່ແນ່ ເປັນແນ່ນອນ
16. ຫາກຈະສ້າງເວບດີ ໆ ຄວນເລີ້ມຕົ້ນແນວໃດ?
ອັນນີ້ກະຍັງບໍ່ຮູ້ ເພາະ ຂ້າພະເຈົ້າເອງກະບໍ່ເຄີຍສ້າງເວປ ດີໆ ຈັກທື່ອ
17. ທ່ານ OS555 ມີຄະຕິໃນການໃຊ້ຊີວິດແນວໃດແດ່?
ຄະຕິຫວາ?
18. ມີແຜນໃນການໃຊ້ຊີວິດແນວໃດແດ່? ເຊັ່ນວ່າ ອີກ 3 ປີແຕ່ງງານ ອາຍຸ 30 ມີກລູກ 4 ຄົນ ຍິງສອງຊາຍສອງ ອາຍຸ 70 ມີເງິນເກັບ 8000 ລ້ານ ແມ່ນຫຍັງປະມານນີ້
ປີນີ້ຮຽນ Com IT ປີສຸດທ້າຍ ປີຫນ້າ ຫາງານທຳ ແລ້ກະ ສືບຕໍ່ຮຽນພາສາປະກິດໃຫ້ຈົບ
ປີຕໍ່ໄປ ຣຽນ ຕໍ່ ປະລິນຍາຕີ ໃຫ້ຈົບ 2 ປີ
ຈົບແລ້ວກະຫາສອນ ພາກ ຄຳ່ເພື່ອຖ່າຍທອດ ຄວາມ້ອັນນ້ອຍໆຂອງຜູ້ຂ້າ ະຫາກເປັນໄປໄດ້ກະຈະ ໄປຫາ ຕໍ່ ໂທ ແລະ ເອກ ຫາກເງື່ອນໄຂອຳນວຍ
19. ປະຈຸບັນ ມີວິທີຫາລ້ຽງຄວາມຝັນ ແລະປາກທ້ອງແນວໃດ?
ເຊົ້າກິນຄຳ່ ຫາ ສ້ອມແປງຄອມ ທຳເວປ ແລະ ກະ ງານ ອື່ນໆ ນຳ ແດ່
23 ຊ່ວຍຜູ້ໃດແດ່ສ້າງເວັບ ຊື່ຫຍັງແດ່
ກະບໍ່ມີຫລາຍດອກທ່ານ
24 ມັກຮ້ອງເພງຫຍັງ ຫລິ້ນດົນຕີຊະນິດໃດ ສິລະປິນໃນດວງໃຈແມ່ນໃຜ ແຕ່ງເພງໄດ້ບໍ່
ມັກຮ້ອງເພງ ສາວຊຽງຂວາງ ຫລິ້ນກອງ ສິນລະປິນໃນດອງຈ ແມ່ນ EMINEM
25 ໃນລະບົບໄອທີ ມີຄວາມຊ່ຽວຊານດ້ານໃດ
ບໍ່ເຖິງຂ້ນຊ່ຽງຊານດອກທ່ານ ກະ ພໍໄປວັດໄປວາ ສ່ວນໃຫຍ່ແມ່ນ Network , Server Admin , Web ປະມານນີ້ລະ ຫາກບໍ່ເກັ່ງເດິ້
26 ຮຽນຈົບແລ້ວມີແຜນປະກອບອາຊີບຫຍັງ ກັບບໍລິສັດໃດ
ອັນນີ້ຂ້າພະຈົ້າເອງກະເອກບໍ່ໄດ້ ແຕ່ຫາມັກແມ່ນ Server Administrator ຕ້ອງໄດ້ໄປສະຫມັກລະ ທົດສອບກັນອີກ ເທື່ອ1 ຕອນນີ້ ທຳງານຢູ່ທີ່ ກະຊວງກະສິກຳ ແລະ ປ່າໄມ້
1 ຖາມວ່າ ທ່ານບໍລິຫານພວກມັນແນວໃດ
ສ່ວນໃຫຍ່ເປັນເວປທີ່ເຮັດມາໄວ້ໃຊ້ງານຢ່າງອື່ນເຊັ່ນ ເກັບອາວຸດ , ເປັນບ່ອນທົດລອງ ຂອງໃຫມ່ໆ ເລີຍບໍ່ໄດ້ ໃສ່ໃຂມັນປານໃດ
ຫາກແມ່ນການບໍລິຫານມັນກະແມ່ນແຕ່ເຂົ້າໄປເບີ່ງມັນທຸກມື້ ແລ້ວກໍ່ຫາສຶ່ງໃຫມ່ໆ ມາເພີ່ມໃຫ້ມັນ ດີຂື້ນ ເທົ່າທີ່ສາມາດເຮັດໄດ້ລະ
2 ການເປັນເວັບມາສເຕີ ແມ່ນຍາກຫລື ງ່າຍຄືແນວໃດ ໃຊ້ເວລາກັບມັນຫລາຍປານໃດ?
ຫາຈະຢາກມັນກໍ່ບໍຢາກ ອັນວ່າງ່າຍມັນກະບໍ່ງ່າຍ ເລື່ອງແບບນີ້ ແລ້ວແຕ່ວ່າເຮົາຈະຄິດວ່າມັນເປັນແນວໃດ
ສຳລັບຂ້າພະເຈົ້າແລ້ວ ຄິດວ່າມັນບໍ່ຢາກ ແຕ່ວ່າ ຕ້ອງເຈັບຫົວກັບມັນ ແລະສັບສົນໃນບາງເວລາ ທີ່ຄິດຫາ ຫລັກການບາງຢ່າງ 
3 ໃນອະນາຄົດວົງການເວັບໄຊອິນເຕີເນັດໃນລາວ ຈະເປັນໄປແນວໃດ?
ຄິດວ່າ ອີກບໍ່ດົນ ເວປໄຊຍ ທີ່ເປັນພາສາລາວ ຈະມີໃຫ້ເຫັນກັນ ເຕັມ ແລະ ຄົນລາວກໍ່ຈະມີ Server ເປັນຂອງຕົວເອງຫລາຍຂື້ນ ມີການຄ້າຂາຍ ອອນລາຍເພີ່ມຂື້ນ ແລະ ເລື່ອງ ອື່ນໆກະເພີ່ມຂື້ນ ເບີ່ງງ່າຍໆ ປະເທດເພື່ອນບ້ານເຮົານີ້ລະ
ແລະ ທຸກຢ່າງກະເປັນໄປຕາມນັ້ນ
ແຕ່ຕອນນີ້ ໄດ້ແຕ່ລໍຖ້າໃຫ້ ລາຄາ ອິນເຕີເນັດ ຖືກລົງ ກ່ອນ 
ດົນລະ ກັບມາອ່ານກໍ່ຍັງຕະລົກຄືເກົ່າ ຮາຮາຮາ
ມັກບ່ອນວ່າ 7. ໂອ້ດຮັກຄົນຖາມບໍ່? ( ທ່ານ ນິນ ເອງ )
ຮັກ
ກະຮັກ ແຕ່ນິນ ນີ້ລະ
ບໍ່ຮັກນິນຊິໃຫ້ໄປຮັກໃຜ
ຫຸຫຸ