ບັນຫາພາສາລາວໃນ PHP ເວລາເອີ້ນຂໍ້ມູນຈາກ Mysql Server ແລ້ວເປັນເຄື່ອງຫມາຍ ???????
ບັນຫາພາສາລາວໃນ PHP ເວລາເອີ້ນຂໍ້ມູນຈາກ Mysql Server ແລ້ວເປັນເຄື່ອງຫມາຍ ??????? ອັນທີ່ຈິງກະແມ່ນຂຽນໄວທີ່ http://os555.blogspot.com/ ແລ້ວ ( ແຕ່ວ່າຢາກໃຫ້ເພີ່ນ້ອງໄດ້ອ່ານເລີຍເອົາມາວາງໄວ້ນີ້ນຳ) ອັນຄວາມທີ່ຈິງແລ້ວບັນຫານີ້ເຄີຍພົບມາແລ້ວແຕ່ປາງກ່ອນ(ກ່ອນເມື່ອພາສາລາວຍັງບໍ່ເປັນທີ່ໃຊ້ແຜ່ຫລາຍ ໃນ Computer)ເລື່ອງການ Connect DATA Base ຫລືແມ່ນແຕ່ການນຳໃຊ້ພາສາລາວ ເພື່ອການສ້າງເວັບໄຊ ຫລື Application ຕ່າງໆ ແລະອັນຂ້າພະເຈົ້າເອງກະເຄີຍແກ້ໄຂ ແລະ ແກ້ໄຂ ແລະ ແກ້ໄຂໄດ້ເມື່ອດົນນານມາແລ້ວ ຈົນບໍ່ຈື່ວ່າຕົວເອງເຄີຍແກ້ໄດ້ແນວໃດ (ຄວາມຈຳສັ້ນ) ຈົນໄດ້ໄປທັກຖາມນິນ A8 ເພີ່ນກະສົ່ງ Keyword ມາໃຫ້ວ່າ mysql_query($dbname, "SET character_set_client =utf-8"); ເມື່ອລອງແລ້ວ ປາກົດວ່າ ບໍ່ໄດ້ ແລ້ວສຸດທ້າຍ ກະຕ້ອງ ຖາມລຸງກູ (ກູເກີ້ລ)555 ຫນີບໍ່ພົ້ນ ສະຫລຸບແລ້ວກະຄື ເພີ່ມຄຳສັ່ງໃນການ Connect ໃຫ້ປ່ຽນ Encode ເປັນ utf8 ດ້ວຍຄຳສັ່ງລຸ່ມນີ້ mysql_query("SET character_set_client =utf8"); mysql_query("SET character_set_connection = utf8"); mysql_query("SET character_set_database =utf8 "); mysql_query("SET character_set_results = utf8"); mysql_query("SET character_set_server =utf8"); ອັນນີ້ແມ່ນຕົວຢ່າງການນຳໄປໃຊ້ກັບ Code PHP ແນວໃດກະລອງເອົາໄປໃຊ້ເບີ່ງເດີ້ ພີ່ນ້ອງ ຫາກມີປັນຫາແນວໃດກະ ເຂົ້າໄປເສວະນາໄດ້ທິ່ http://www.laozaa.com ເວົ້າໄປເວົ້າມາກະເຫັນທີ່ ທຶບ ເອົາມາລົງໄວ້ໃນບອດ ລາວຊ້າ ຄືກັນ
Comments(1)








